Из-за периодической блокировки нашего сайта РКН сервисами, просим воспользоваться резервным адресом:
Загрузить через dTub.ru Загрузить через ClipSaver.ruУ нас вы можете посмотреть бесплатно ສາຂາ ສະຖາປັດຕະຍະກໍາ ຄະນະວິຊາສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ คณะสาขาสถาปัตยกรรมศาสตร์ или скачать в максимальном доступном качестве, которое было загружено на ютуб. Для скачивания выберите вариант из формы ниже:
Роботам не доступно скачивание файлов. Если вы считаете что это ошибочное сообщение - попробуйте зайти на сайт через браузер google chrome или mozilla firefox. Если сообщение не исчезает - напишите о проблеме в обратную связь. Спасибо.
Если кнопки скачивания не
загрузились
НАЖМИТЕ ЗДЕСЬ или обновите страницу
Если возникают проблемы со скачиванием, пожалуйста напишите в поддержку по адресу внизу
страницы.
Спасибо за использование сервиса savevideohd.ru
ສາຂາ #ສະຖາປັດຕະຍະກໍາ #ຄະນະວິຊາສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ คณะสาขาสถาปัตยกรรมศาสตร์ ------------------------------------------------- ຫຼັກສູດ: ປະລິນຍາຕີ 5 ປີ ຄະນະວິຊາສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ ນິຍາມ ແລະ ຄວາມສຳຄັນ ສາຂາວິຊາສະຖາປັດຕະຍະກຳ ໝາຍເຖິງການສຶກສາ ເພື່ອອອກແບບສະຖາປັດຕະຍາກໍາທີ່ຕ້ອງອາໄສຄວາມຮູ້ທາງດ້ານສິລະ ປະ, ວິທະຍາສາດ ແລະ ເຕັກນິກວິທະຍາການຕ່າງໆ ປະກອບເຂົ້າກັນລວມເປັນຄວາມຮູ້ ທາງດ້ານວິຊາການ ເພື່ອນໍາມາສະ ໜອງຄວາມຕ້ອງການທາງດ້ານສະຖາປັດຕະຍະກໍາຂອງອະລິຍະທໍາສັງຄົມ.ໃຫ້ນັກສຶກສາເກີດຄວາມເຂົ້າໃຈໃນລາຍລະອຽດ ຂອງການອອກແບບສິ່ງປຸກສ້າງຕັ້ງແຕ່ຂະໜາດນ້ອຍເຖີງຂະໜາດໃຫຍ່. ວິຊານີ້ຮຽນກ່ຽວກັບຫຍັງ ວິຊານີ້ຮຽນ ກ່ຽວກັບ ບັນດາວິທີການທີ່ນໍາໃຊ້ເຂົ້າໃນວຽກງານສະຖາປັດ ໂດຍເເນໃສ່ໃຫ້ນັກສຶກສາມີຄວາມຮູ້ ແລະ ເຂົ້າໃຈເຖິງທິດສະດີສະຖາປັດຕະຍະກຳສາດ, ປະຫວັດສາດສະຖາປັດ, ສິລະປະວັດທະນະທຳ, ເຕັກໂນໂລຊີອາຄານ ແລະ ຄວາມຮູ້ພື້ນຖານດ້ານການອອກແບບ ເພື່ອໃຫ້ນັກສຶກສາມີຄວາມສາມາດ ໃນການຈິນຕະນາການ ແລະ ສາມາດນຳເອົາຄວາມຮູ້ດັ່ງກ່າວເຂົ້າໄປໝູນໃຊ້ໃນການປະຕິບັດວຽກງານຕົວຈິງ. ວິທີການສິດສອນ ການສິດສອນໃນພາກວິຊາສະຖາປັດຕະຍະກຳສາດ ປະກອບມີ ພາກທິດສະດີ ແລະ ພາກປະຕິບັດຕົວຈິງເຊັ່ນ: ການເຝິກແຕ້ມຮູບ ແລະ ການອອກແບບໂຄງການຕ່າງໆ ໂດຍເລີ່ມຈາກໂຄງການຂະໜາດນ້ອຍຫາໃຫຍ່ ເຊັ່ນ: ເຮືອນ, ໂຮງຮຽນ ແລະ ອາຄານອື່ນໆ. ນອກຈາກນັ້ນ, ຍັງມີການລົງຝຶກງານໃນສໍານັກງານຂອງລັດຖະບານ ແລະ ບໍລິສັດອອກແບບພາກເອກະຊົນຕ່າງໆ, ເຮັດບົດລາຍງານທັງແບບກຸ່ມ ແລະ ດ່ຽວ ແລະ ຂຽນບົດໂຄງການຈົບຊັ້ນໃນຫົວຂໍ້ທີ່ຕົນເອງສົນໃຈ. ທັກສະ/ຄວາມສົນໃຈ ຄວາມຮູ້ພື້ນຖານທາງດ້ານຄະນິດສາດ ແລະ ຟິຊິກສາດ. ເປັນຄົນມີແນວຄວາມຄິດລິເລີ່ມໃນການອອກແບບ, ມີຄວາມສາມາດໃນການແຕ້ມຮູບ, ມີຄວາມມັກໃນການລອງເຮັດສິ່ງໃໝ່ໆ. ມີຄວາມສົນໃຈໃນສິລະປະ ແລະ ມີຈິນຕະນາການ, ມີທັກສະໃນການວິເຄາະບັນຫາ, ການຮັບຟັງ ແລະ ການປັບຕົວເຂົ້າກັບສະພາບແວດລ້ອມອ້ອມຂ້າງ. ຈົບແລ້ວສາມາດ ຄວາມສາມາດໃນການສຶກສາ, ການອອກແບບ ດ້ານສະຖາປັດຕະຍະກຳ ໃຫ້ແທດເໝາະກັບ ສະພາບແວດລ້ອມ. ມີຄວາມຮູ້ພື້ນຖານ ກ່ຽວກັບ ການນໍາໃຊ້ວັດສະດຸກໍ່ສ້າງປະເພດຕ່າງໆ (ດິນຈີ່, ແກ້ວ, ວັດສະດຸກັນຄວາມຮ້ອນ…), ການໃຊ້ໂປຣແກຣມຄອມພິວເຕີ ແລະ ເຄື່ອງມືອື່ນໆເຂົ້າໃນການອອກແບບອາຄານເປັນລະບົບ 2 ມິຕິ ຫຼື 3 ມິຕິ. ອາຊີບ ເປັນນັກສະຖາປະນິກທີ່ຕອບສະໜອງວຽກງານວິຊາການໃຫ້ແກ່ພາກສ່ວນລັດ ແລະ ເອກະຊົນ ເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກ ແລະ ຫ້ອງການຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ, ເປັນທີ່ປຶກສາໃຫ້ແກ່ໂຄງການ ແລະ ບໍລິສັດຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ເປັນຜູ້ປະກອບການໃນຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງກັບວຽກງານສະຖາປັດ. ທີ່ຕັ້ງ ແລະ ຕິດຕໍ່ ຄະນະ ສະຖາປັດຕະຍະກໍາສາດ ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ໂທ: 021 740276 ຫຼື 021 740277 ແຫຼ່ງຂໍ້ມູນ: https://collegemajor.la/